Print

ໃນຕອນເຊົ້າຂອງ ວັນທີ 4 ມີນາ 2020, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສະຫລຸບວຽກງານ ກວດກາທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຂອງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຄະນະປະຈຳ, ຄະນະພັກກະຊວງ, ຄະນະໜ່ວຍພັກ, ຫົວໜ້າກົມກອງ, ຮອງຫົວໜ້າກົມກອງ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ເຜີຍແຜ່ເຊື່ອມຊຶມ ຂໍ້ກໍານົດຂອງຄະນະກວດກາສູນກາງພັກ ສະບັບເລກທີ 398/ຄກສພ, ລົງວັນທີ 26 ກັນຍາ 2019 ວ່າດ້ວຍການຄົ້ນຄວ້າ, ແກ້ໄຂຄໍາຮ້ອງຟ້ອງ-ຮ້ອງທຸກ ແລະ ຄໍາສະເໜີ ແລະ  ບົດໂອ້ລົມຂອງສະຫາຍ ປອ ບຸນທອງ  ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2019. ສະເໜີ ບົດສະຫລຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາໃນ ວຽກງານກວດກາ ໂດຍປະທານກອງປະຊຸມ ນໍາພາ ຕາມຄຳຖາມເຈາະຈີ້ມ ຊຶ່ງໃນນັ້ນ ແມ່ນເນັ້ນໜັກໃຫ້ບັນດາເລຂາໜ່ວຍພັກ ໄດ້ຊີ້ແຈງໃຫ້ເຫັນເຖິງວຽກໃດທີ່ນໍາພາໄດ້ຢ່າງຕັ້ງໜ້າ, ມີທິດຫັນປ່ຽນດີຂຶ້ນໄດ້ຢ່າງແທ້ຈິງ, ອັນໃດທີ່ຍັງເປັນບັນຫາຄົງຄ້າງ ແລະ ໃນຕໍ່ໜ້າຈະມີວິທີການແກ້ໄຂດີຂຶ້ນຄືແນວໃດ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ສົມມາດ ພົລເສນາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຊສ, ປະທານກອງປະຊຸມ ກໍ່ໄດ້ກ່າວມີຄໍາເຫັນສະຫຼຸບ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກທັງໝົດ ຈົ່ງເພີ່ມຄວາມເອົາໃຈໃສ່ໃນວຽກງານຊີ້ນໍາ-ນໍາພາຂອງຕົນ ໃນທຸກຂົງເຂດ ຕາມໜ້າທີ່ການ ເມືອງ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍ ໂດຍນໍາເອົາເນື້ອໃນ ແລະ ຈິດໃຈອັນສໍາຄັນໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະພາກສ່ວນ ພ້ອມທັງນໍາພາຈັດຕັ້ງປະຕິບັດໃຫ້ໄດ້ດີ ແລະ ມີປະສິດທິຜົນດີຂຶ້ນເປັນກ້າວໆ ໄປພ້ອມໆກັນກັບການຍົກສູງ ແລະ ສ້າງຄວາມສາມັກຄີພາຍໃນ, ພາຍນອກໃຫ້ໄດ້ເປັນປຶກແຜ່ນ.