Print
  1. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຂໍ້ກຳນົດ, ລະບຽບການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບວຽກ​ງານ​ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຮັບ, ຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານຕາມຂອບເຂດສິດຂອງຕົນ;
  2. ເຂົ້າຮ່ວມສ້າງ ແລະ ປັບປຸງບັນດານິຕິກຳຕ່າງໆ ຂອງ​ຫ້ອງການ, ບັນດາ​ກົມກອງ ແລະ ພະແນກການສາຍຕັ້ງຂັ້ນທ້ອງຖິ່ນ ຕາມການມອບໝາຍ;
  3. ສະເໜີຕໍ່ ລັດຖະມົນຕີ ພິຈາລະນານຳໃຊ້ມາດຕະການຕໍ່ຜົນການຕິດຕາມ ກວດກາການ​ນໍາ​ໃຊ້ງົບປະມານ, ໂຄງການລົງທຶນ​ຂອງ​ລັດ, ເງິນ​ກອງ​ທຶນ, ​ເງິນກູ້​ຢືມ​ ແລະ ທຶນຊ່ວ​ຍ ເຫຼືອ​ລ້າ, ການ​ຄຸ້ມ​ຄອງນຳ​ໃຊ້​ຊັບ​ສິນ, ວັດຖຸອຸປະກອນຂອງຫ້ອງການ, ບັນດາກົມ​, ພະ​ແນ​ກ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ແຂວງ, ນະຄອນຫຼວງວຽງຈັນ ​ທີ່ຢູ່ໃນ​ຄວາມຮັບຜິດຊອບ​ຂອງ​ກະຊວງ;
  4. ສະ​ເໜີ ລັດຖະມົນຕີ​​ ອະນຸມັດແຕ່ງຕັ້ງຄະນະສະເພາະກິດ ຊຶ່ງປະກອບ​ດ້ວຍ​ຫຼາຍ​ພາກສ່ວນ ເພື່ອດໍາ​ເນີນ​ການຕິດຕາມ ກວດກາ, ຄົ້ນຄວ້າ ແລະ ພິຈາລະນາແກ້ໄຂບັນຫາໃດໜຶ່ງທີ່​ມີ​ຄວາມຫຍຸ້ງຍາກສັບສົນ ແລະ ພົວພັນ​ກັບ​ຫຼາຍ​ພາກສ່ວນ;
  5. ສະເໜີ ລັດຖະມົນຕີ ພິຈາລະນາ ຕົກລົງດຳເນີນການກວດກາ ຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະ ກອນ ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ເຫັນວ່າມີປາກົດການລະເມີດກົດໝາຍ ແລະ ລະບຽບການ;
  6. ສະເໜີໂຈະຊົ່ວຄາວ ຫຼື ຍົກເລິກການຕົກລົງ ຫຼື ການປະຕິບັດວຽກງານໃດໜຶ່ງຂອງພະນັກງານ-ລັດຖະ ກອນ ແລະ ການຈັດຕັ້ງ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊຶ່ງຂັດກັບກົດໝາຍ ແລະ ລະບຽບການ;
  7. ສະ​ເໜີ​ ລັດຖະມົນຕີ ພິຈາລະນາໂຈະການເຄື່ອນໄຫວປະຕິບັດໜ້າທີ່, ການແຕ່ງຕັ້ງ, ສັບຊ້ອນ, ຍົກ ຍ້າຍໄປຮັບຜິດຊອບວຽກງານອື່ນຂອງສະມາຊິກພັກ-ພະນັກງານ, ລັດຖະກອນ ຜູ້​ເປັນ​ເປົ້າ​ໝາຍ​ກວດ ກາ​ ຫຼື ກຳລັງດຳເນີນການ​ກວດກາຍັງ​ບໍ່ທັນສຳເລັດ ແລະ ຕິດຕາມ ການເຄື່ອນໄຫວພາຍ ຫຼັງຖືກປະຕິ ບັດວິໄນ;
  8. ຕິດຕາມ ກວດກາ ແລະ ຊຸກຍູ້ ເພື່ອຮັບປະກັນໃຫ້ຄຳຕັດສິນຂອງສານກ່ຽວກັບຄະດີສໍ້ລາດບັງຫຼວງ ຕໍ່ພະ ນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເຂັ້ມ ງວດ;
  9. ເຊີນການຈັດ​ຕັ້ງພັກ-ລັດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ບຸກຄົນ, ນິຕິບຸກຄົນ ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພະນັກງານ-ລັດຖະກອນ ມາໃຫ້​ຂໍ້​ມູນ, ຫຼັກຖານ ແລະ ຊີ້​ແຈງບັນຫາທີ່​ຕິດພັນກັບການຄຸ້ມຄອງຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  10. ເຂົ້າຮ່ວມດຳເນີນຊີວິດການເມືອງ ຂອງ​ບັນດາ​ໜ່ວຍ​ພັກ, ຕີລາຄາຈັດແບ່ງປະເພດສະມາຊິກພັກ ຫຼື ​​ກອງປະຊຸມອື່ນໆ;
  11. ປະກອບຄໍາເຫັນດ້ານວິຊາການໃຫ້ຄະນະພັກກະຊວງ ຕໍ່ກັບການພິຈາລະນາຮັບຮອງແຜນການສ້າງໜ່ວຍ ພັກ ແຂງຮູ້ນຳພາຮອບດ້ານ ລວມທັງການລົງວິໄນ, ການລົບລ້າງ ຫຼື ປ່ຽນແປງຮູບການລົງວິ ໄນຂອງຄະນະພັກຮາກຖານຕໍ່ການຈັດຕັ້ງພັກ, ຕໍ່ສະມາຊິກພັກ-ພະນັກງານ ທີ່ເຫັນວ່າບໍ່ສອດຄ່ອງກັບກົດລະບຽບຂອງ ພັກ ແລະ ກົດໝາຍຂອງລັດ;
  12. ຄຸ້ມຄອງ, ນຳໃຊ້ສຳນັກງານ, ອຸປະກອນ, ພາຫະນະ ແລະ ງົບປະມານຕາມລະບຽບການ;
  13. ສະເໜີ ວ່າຈ້າງຊ່ຽນຊານ, ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະຕາມສັນຍາ ແລະ ແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານຕົວຈິງ;
  14. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນໂຍບາຍ ອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  15. ສະ​ເໜີ​ ລັດຖະມົນຕີ ​ພິຈາລະນາຮັບຮອງ​ແຜນການ, ​ແຜນ​ງານ, ​ໂຄງການ, ແຜນ​ວຽກ, ​ງົບປະມານ, ​ແຜນຈັດ​ຊື້ພາຫານະ ​ແລະ ອຸປະກອນ ຮັບໃຊ້ການ​ເຄື່ອນ​ໄຫວ​ວຽກປະຈໍາປີ ຂອງກົມ;
  16. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບ ໝາຍຂອງ​ລັດ ຖະມົນຕີ.