1. ປະຕິບັດກົດໝາຍ, ມະຕິຕົກລົງ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ນິຕິກຳອື່ນໆ ຂອງລັດ ກ່ຽວ ກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ຂອງຂັ້ນເທິງວາງອອກ;
  2. ຫັນເອົາມະຕິກອງປະຊຸມວຽກງານກວດກາ ທົ່ວປະເທດ, ນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານກວດ ກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ມາເປັນ ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະ ຕິບັດໃຫ້ໄດ້ຮັບຜົນດີ ແລະ ປາກົດຜົນເປັນຈິງ;
  3. ໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍ, ມະຕິຕົກລົງ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ນິຕິກຳອື່ນໆຂອງລັດ, ກະຊວງ ແລະ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານວາງອອກ ກ່ຽວກັບວຽກງານກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຄຳຮ້ອງ ແລະ ຄຳສະເໜີ ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ;
  4. ຕິດຕາມ ກວດກາການເຄື່ອນໄຫວປະຕິບັດໜ້າທີ່ ຂອງການຈັດຕັ້ງພັກ, ການປະຕິບັດນະໂຍບາຍ, ກົດໝາຍ, ນິຕິກຳຕ່າງໆ, ແຜນການ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຫ້ອງການ, ບັນດາກົມ, ກອງ, ສະຖາບັນ, ສູນ, ພະແນກການສາຍຕັ້ງຂັ້ນທ້ອງຖິ່ນ ລວມທັງການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງ; ເຂົ້າ​ຮ່ວມປະ​ເມີນ​ຜົນ​​ການຈັດຕັ້ງປະຕິບັດແຜນການກໍ່​ສ້າງ​ໜ່ວຍ​ພັກ​ແຂງ​-ຮູ້​ນຳພາ​ຮອບດ້ານ​ ແລະ ເຂົ້າຮ່ວມການດຳເນີນຊີວິດການເມືອງຂອງ​ບັນດາໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​​ອົງຄະນະ​ພັກກະຊວງ;
  5. ຕິດຕາມ ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆ ທີ່ນຳໃຊ້ທຶນຂອງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນການຄຸ້ມຄອງຂອງກະຊວງ ຕາມລະບຽບການກຳນົດ ເປັນຕົ້ນດຳເນີນການຕິດຕາມ ກວດກາເລີ່ມແຕ່ຫົວທີ, ກວດກາປົກກະຕິ ແລະ ກວດກາຕາມຜົນຂອງການກວດສອບ;
  6. ເກັບ​ກຳ​ຂໍ້​ມູນ, ​ສືບສວນ-ສອບ​ສວນ ພະນັກງານ-ລັດຖະກອນ ພາຍໃນຂະແໜງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຫັນວ່າເກີດມີການລ່ວງລະ ເມີດ​​ກົດໝາຍ ແລະ ລະບຽບການ ພ້ອມທັງສະຫຼຸບຜົນຂອງການສືບສວນ-ສອບສວນ ລາຍງານລັດ ຖະມົນຕີ ແລະ ຄະນະນຳກະຊວງ ພິຈາລະນາ;
  7. ກວດກາປະຫວັດມະຫາຊົນກ້າວໜ້າ ຜູ້​ທີ່​ເປັນ​ເປົ້າ​ໝາຍຂະຫຍາຍເປັນສະມາຊິກພັກ ແລະ ເກັບກໍາຂໍ້ມູນ ຂອງສະມາຊິກພັກ-ພະນັກງານ ຜູ້​ທີ່​ເປັນ​ເປົ້າ​ໝາຍສະເໜີ​ແຕ່ງ​ຕັ້ງ​, ​ເລື່ອນ​ຊັ້ນ,​ຍົກຍ້າຍ, ຍ້ອງຍໍ ​ແລະ ຜູ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ກວດກາ. ພ້ອມທັງຕິດຕາມ​ການ​ເຄື່ອນ​ໄຫວ​ຂອງແຕ່ລະ​ເປົ້າ​ໝາຍ ​ພາຍຫຼັງ​ຖືກ​ປະຕິບັດວິໄນ;
  8. ເຂົ້າຮ່ວມໃນການຕິດຕາມ, ກວດກາ​ການຄຸ້ມ​ຄອງ, ການນໍາ​ໃຊ້ຊັບພະຍາກອນ​ທຳ​ມະ​ຊາດ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
  9. ຮັບ​ແຈ້ງ​ຊັບ​ສິນ ​ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ; ພ້ອມທັງຄຸ້ມ​ຄອງ​ສໍານວນ​ເອກະສານແຈ້ງ​ຊັບ​ສິນ ຕາມລະບຽບການທີ່ກຳນົດໄວ້;
  10. ຕິດຕາມ ກວດກາການອອກ ແລະ ການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ທີ່ອອກໂດຍກະຊວງ, ຫ້ອງການ, ບັນດາກົມ, ກອງ, ສະຖາບັນ, ສູນ ແລະ ພະແນກສາຍຕັ້ງຂັ້ນທ້ອງຖິ່ນ ທີ່ຂຶ້ນກັບກະຊວງ ຊຶ່ງເຫັນວ່າບໍ່ສອດຄອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໂດຍສົມທົບກັບກົມນິຕິກຳ;
  11. ຮັບ, ຄົ້ນຄວ້າ ແລະ ສະເໜີວິທີແກ້ໄຂຄຳຮ້ອງ ແລະ ຄຳສະເໜີ ຂອງ​ພົນລະເມືອງ ແລະ ການຈັດ​ຕັ້ງ ຕໍ່ການກະທຳ ຫຼື ການຕົກລົງບັນຫາໃດໜຶ່ງຂອງການຈັດຕັ້ງ ຫຼື ພະນັກງານ-ລັດຖະກອນ ທີ່ເປັນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໃນຂົງເຂດຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ; ​ພ້ອມທັງສັງລວມຄຳຮ້ອງ ແລະ ຄຳສະເໜີຂອງພົນລະເມືອງ ຜ່ານທາງໂທລະສັບສາຍດ່ວນ, ຕູ້ຮັບຄຳຮ້ອງ ແລະ ຄຳສະເໜີ ຂອງກະຊວງ;
  12. ແຈ້ງຜົນຂອງການແກ້ໄຂໃຫ້ເຈົ້າຂອງຄຳຮ້ອງ ແລະ ຄຳເໜີ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ຮັບຊາບ ເປັນລາຍລັກອັກສອນ ຕາມການຕົກລົງຂອງລັດຖະມົນຕີ;
  13. ສະຫຼຸບ, ລາຍ​ງານ​ຜົນ​ວຽກງານກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຕ່າງໆ, ສະເໜີມາດຕະການ ​ແລະ ວິທີການແກ້ໄຂ ​ໃຫ້​ຄະນະ​ພັກ, ລັດຖະມົນຕີ ແລະ ຄະນະ​ນໍາ​ກະຊວງ​ ​ພ້ອມທັງລາຍ​ງານ​ໃຫ້​ຄະນະ​ກວດກາ​ສູນ​ກາງພັກ​ ແລະ ອົງການກວດກາລັດຖະບານ ຕາມການຕົກລົງຂອງຄະນະ​ພັກ, ລັດຖະມົນຕີ;
  14. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງປັບປຸງກົງຈັກການຈັດຕັ້ງຂອງກົມ; ຄຸ້ມຄອງ, ກຳນົດຕຳແໜ່ງງານ, ສ້າງແຜນການບຳລຸງ, ກໍ່ສ້າງ, ສັບຊ້ອນລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ລັດຖະກອນຂອງກົມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ຕາມລະບຽບການກຳນົດໄວ້;
  15. ຄຸ້ມຄອງ, ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ, ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍ ບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆທີ່ຕິດພັນກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ທີ່ວາງອອກໃນແຕ່ລະໄລຍະ;
  16. ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະ ໜັບສະໜູນ ດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານກວດກາພັກ, ກວດກາລັດ, ສະ ກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າຄຳຮ້ອງ  ແລະ ຄຳສະເໜີ ຕາມການມອບໝາຍ ແລະ ເຫັນດີຂອງຂັ້ນເທິງ;
  17. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງກົມ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມການເຄື່ອນໄຫວວຽກງານຂອງກົມ ຕໍ່ລັດຖະມົນຕີ ເປັນແຕ່ລະໄລຍະ;
  18. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດ ຖະມົນຕີ.